WCAsia 2026 is almost here, Apr 9 – 11 | Learn more
ສ້າງປະສົບການໃໝ່ໆດ້ວຍ WordPress
ແພັດຟອມການເຜີຍແຜ່ແບບໂອເພນຊອດ ທີ່ເປັນທາງເລືອກສຳລັບເວັບໄຊຫຼາຍລ້ານແຫ່ງທົ່ວໂລກ—ຕັ້ງແຕ່ຜູ້ສ້າງສັນຜົນງານ ແລະ ທຸລະກິດຂະໜາດນ້ອຍ ໄປຈົນເຖິງອົງກອນລະດັບໃຫຍ່.
ອອກແບບ
ສ້າງເວັບໄຊໃດກໍໄດ້ດ້ວຍເຄື່ອງມືການອອກແບບທີ່ຢືດຢຸ່ນ ແລະ ພະລັງຂອງ ບລັອກ. ເລີ່ມຕົ້ນຈາກໜ້າເປົ່າຫວ່າງ ຫຼື ເລືອກ ທິມ. ປັບແຕ່ງທຸກລາຍລະອຽດໄດ້ຕາມໃຈໂດຍບໍ່ຕ້ອງຂຽນໂຄ້ດ.
ສ້າງ
ເບິ່ງຜົນການປ່ຽນແປງຂອງເວັບໄຊໃນເວລາຈິງ, ເຖິງແມ່ນວ່າທ່ານຈະເພີ່ມ, ແກ້ໄຂ ແລະ ຈັດລຽງເນື້ອຫາໃໝ່ ກໍສາມາດເຮັດໄດ້ງ່າຍໆ ດ້ວຍລະບົບການແກ້ໄຂທີ່ໃຊ້ງ່າຍ ແລະ ຄຸນສົມບັດທີ່ຄົບຖ້ວນໃນການຈັດການທຸກຢ່າງ.
ຕໍ່ເຕີມ
ເຮັດໃຫ້ເວັບໄຊຂອງທ່ານເຮັດວຽກໄດ້ຕາມທີ່ທ່ານຕ້ອງການ. ເພີ່ມຮ້ານຄ້າ, ລະບົບວິເຄາະ, ຈົດໝາຍຂ່າວ, ການເຊື່ອມຕໍ່ກັບໂຊຊຽວມີເດຍ; ທ່ານສາມາດຄວບຄຸມທຸກຢ່າງໄດ້ດ້ວຍ ປັກອິນ ທີ່ມີໃຫ້ເລືອກຫຼາກຫຼາຍ.
ເບິ່ງວ່າມີຫຍັງໃໝ່
ດ້ວຍ WordPress 6.9 ທ່ານສາມາດເຮັດວຽກຮ່ວມກັນ, ສ້າງສັນໄດ້ໄວຂຶ້ນ ແລະ ຄວບຄຸມການສ້າງໄດ້ຫຼາຍຂຶ້ນ. ສາມາດຝາກຂໍ້ຄວາມໄວ້ທີ່ບລັອກໂດຍກົງ, ລາກແລ້ວວາງໄດ້ຢ່າງງ່າຍດາຍ ແລະ ໃຊ້ແຖບຄຳສັ່ງໄດ້ທຸກບ່ອນ ລວມທັງໃນໜ້າຜູ້ດູແລລະບົບ. ຕັ້ງແຕ່ຂໍ້ຄວາມທີ່ປັບຂະໜາດໃຫ້ພໍດີໂດຍອັດຕະໂນມັດ ໄປຈົນເຖິງບລັອກໃໝ່ໆ ເຊັ່ນ Accordion, MathML ແລະ ເວລາໃນການອ່ານ, ທຸກລາຍລະອຽດຖືກສ້າງມາເພື່ອໃຫ້ການເຮັດວຽກຮ່ວມກັນ ແລະ ການສ້າງສັນມີຄວາມສະດວກສະບາຍທີ່ສຸດ.
ແພັດຟອມດຽວ, ແຕ່ເຕັມໄປດ້ວຍຄວາມເປັນໄປໄດ້ທີ່ບໍ່ສິ້ນສຸດ
ຄົ້ນພົບຊຸດຕົວຢ່າງເວັບໄຊຈາກທົ່ວທຸກມຸມໂລກ ທີ່ຄັດສັນມາເພື່ອສະແດງໃຫ້ເຫັນການອອກແບບທີ່ສວຍງາມ, ນະວັດຕະກຳທາງເຕັກນິກ ແລະ ພະລັງທີ່ບໍ່ມີຂີດຈຳກັດຂອງ WordPress.
ພົບກັບຊຸມຊົນ WordPress
Behind the technology is a diverse collective of people collaborating and gathering from around the world. We hold regular events with opportunities to learn more about WordPress and the latest tech trends, connect with fellow industry experts, and foster your professional growth.
ພວກເຮົາຮ່ວມແຮງຮ່ວມໃຈກັນດ້ວຍຈິດວິນຍານຂອງໂອເພນຊອດ ແລະ ເສລີພາບໃນການສ້າງ, ປ່ຽນແປງ ແລະ ແບ່ງປັນໂດຍບໍ່ມີອຸປະສັກ. ຍິນດີຕ້ອນຮັບທຸກຄົນ.
ສ້າງເພື່ອຕົວທ່ານເອງ, ແຕ່ບໍ່ໄດ້ສ້າງຢູ່ຄົນດຽວ
ບໍ່ວ່າທ່ານຈະເປັນຜູ້ປະກອບການ, ຜູ້ພັດທະນາມືອາຊີບ ຫຼື ບລັອກເກີມືໃໝ່, ພວກເຮົາມີຄັງຂໍ້ມູນ ແລະ ເຄື່ອງມືການຮຽນຮູ້ທີ່ພ້ອມສຳລັບທ່ານ. ນອກຈາກນີ້ ທ່ານຍັງມີຊຸມຊົນ WordPress ທັງໝົດທີ່ພ້ອມຈະຊ່ວຍເຫຼືອທ່ານ.
ຂ່າວສານ WordPress ລ່າສຸດ
ເລີ່ມຕົ້ນໃຊ້ງານ
ຄົ້ນຫາທຸກສິ່ງທີ່ທ່ານຕ້ອງການເພື່ອເລີ່ມຕົ້ນ, ດາວໂຫຼດແພັດຟອມ, ຊອກຫາໂຮສຕິງ ແລະ ອື່ນໆ—ບໍ່ວ່າຈະເປັນເວັບໄຊທຳອິດ ຫຼື ເວັບໄຊທີເກົ້າສິບເອັດຂອງທ່ານ.